ສະຖານທີ່ທ່ອງທ່ຽວໃນແຂວງວຽງຈັນ
1.ທະເລເມືອງລາວ ສະຫວັນເທິງດິນ ທີ່ ທ່າລາດ ແຂວງວຽງຈັນ
ທະເລເມືອງລາວ ສະຫວັນເທິງດິນ ທີ່ ທ່າລາດ ແຂວງວຽງຈັນ ມີບັນຍາກາດດີໆ ກິດຈະກໍາມັນໆ ໂດຍບໍ່ຕ້ອງໄປໃສໄກ ບໍ່ຕ້ອງຈ່າຍຄ່າປີ້ຍົນ ແລະ ບ່ອນພັກແພງໆ ມີໃຫ້ທຸກຄົນສໍາພັດໄດ້ ທີ່ອ່າງນໍ້າງື່ມ ຫຼື ເຂື່ອນນໍ້າງື່ມ 1 ນັ້ນເອງ.ເຊິ່ງຈະຢູ່ຫ່າງຈາກນະຄອນຫຼວງວຽງຈັນໄປປະມານ 75-80KM ເຊິ່ງໃຊ້ເວລາເດີນທາງຈາກກໍາແພງນະຄອນໄປປະມານ 1.5ຊົວໂມງ ແຕ່ສິ່ງທີ່ທ່ານຈະໄດ້ພົບເຫັນກໍ່ຄືທໍາມະຊາດຂອງອ່າງເກັບນໍ້າອັນແສນໃຫຍ່ທີ່ໃຜໆກໍ່ລືນາມວ່າເປັນທະເລຂອງປະເທດລາວ. ໃນນັ້ນກໍ່ມີກິດຈະກໍາຫຼາຍຢ່າງທີ່ທ່ານສາມາດເຮັດໄດ້ກໍ່ຄືການ Camping, ຂີ່ເຮືອໄວ, ຂັບ Jet Ski, ລ່ອງເຮືອຮັບປະທານອາຫານ ແລະ ຊົມວິວ, ທ່ຽວຊົມທໍາມະຊາດໃນທົ່ວບໍລິເວນ, ມີບ້ານພັກຕາກອາກາດທີ່ວິວງາມ, ແລະ ອື່ນໆອີກຫລາຍຢ່າງ.
2. ຜາທໍ່ໜໍ່ຄຳ
ຜາທໍ່ໜໍ່ຄຳຕັ້ງຢູ່ບ້ານນາຖົ່ວ ເມືອງເຟືອງ ແຂວງວຽງຈັນ. ຫ່າງຈາກເທດສະບານເມືອງ 3.5 ກິໂລແມັດ. ການເຂົ້າຫາສະຖານທີ່ທ່ອງທ່ຽວດັ່ງກ່າວ ແມ່ນ ເດີນທາງດ້ວຍ ລົດ ຫຼື ຍ່າງ. ຜານີ້ ເປັນຜາທີ່ແປກປະຫຼາດ ມີທີວທັດທຳມະຊາດ ທີ່ມະຫັດສະຈັນ ຢູ່ບ່ອນຮ່ອມຜາ ລະຫວ່າງຜາສອງອັນຕິດກັນ. ສິ່ງນີ້ກາຍເປັນ ຊັບສົມບັດລ້ຳຄ່າ, ລຶກລັບ, ມະຫັດສະຈັນຄື: " ໜໍ່ຄຳ "
.
3. ເມືອງວັງວຽງ
ເມືອງວັງວຽງຖືວ່າເປັນເມືອງທີ່ມີສະຖານທີ່ທ່ອງທ່ຽວຫລາຍທີ່ສຸດເລີຍກະວ່າໄດ້ເພາະສະນັ້ນເຮົາມາຮູ້ຈັກກັບສະຖານທີ່ທ່ອງທ່ຽວໃນເມືອງວັງວຽງກັນເລີຍ
- ຖ້ຳຈັງ
ຖ້ຳຈັງແຫ່ງນີ້ຕັ້ງຢູ່ເຂດເມືອງວັງວຽງແຂວງວຽງຈັນຫ່າງຈາກສະໜາມບິນເກົ່າປະມານ 500 ແມັດເປັນຖ້ຳຂະໜາດໃຫຍ່ແລະເປັນຖ້ຳແຫ່ງດຽວທີ່ມໄຟຟ້າຕິດຕັ້ງຢູ່ພາຍໃນຖ້ຳ, ເມື່ອເຂົ້າໄປໃນຖ້ຳແລ້ວຈະໄດ້ສຳຜັດກັບອາກາດເຢັນສະບາຍທ່າມກາງຫີນຍ້ອຍຫີນງອກອັນງົດງາມ ແລະ ເມື່ອມີແສງໄຟຟ້າສາດສ່ອງເກີດມີສີສັນເປັ່ງປະກາຍເຮັດໃຫ້ພາຍໃນເບິ່ງລຶກລັບຄືດັ່ງເມືອງໃນເທບນິຍາຍທີ່ມີສະເໜ່ຊວນຫຼົງໄຫຼ ໂດຍສາມາດຍ່າງເລາະຊົມຕາມທາງຊີມັງທີ່ເຮັດໄວ້ຢ່າງດີແລະຖ້າຍ່າງໄປຊ້າຍສຸດເສັ້ນທາງຈະພົບກັບຈຸດຊົມວິວທິວທັດທີ່ສວຍງາມທີ່ສຸດຂອງເມືອງວັງວຽງອີກດ້ວຍ
- ຖ້ຳປູຄຳ
ຖ້ຳປູຄຳ ຕັ້ງຢູ່ບ້ານນາທອງ ເມືອງວັງວຽງ ແຂວງວຽງຈັນ ຫ່າງຈາກເທດສະບານເມືອງໄປປະມານ 3.5 ກິໂລແມັດ. ຖ້ຳປູຄຳນີ້ຈະມີກິດຈະກຳໃຫ້ຫລີ້ນຫລາກຫລາຍບໍ່ວ່າຈະເປັນ ຂີ່ຊ້າງ, ຂີ່ສະລິງ,ຂື້ນຖ້ຳ,ຫລີ້ນນ້ຳ... ປາກຖ້ຳນີ້ ຈະຫ່າງຈາກໜ້າດິນ ປະມານ 100 ແມັດ. ຈະມີຮູເຂົ້ານ້ອຍ, ເຂົ້າໄປທາງໃນ ເປັນຜົ້ງກ້ວາງຂວາງ, ກ່າວກັນວ່າ ມີປູຄຳ 1 ຄູ່ ຢູ່ໃນຖ້ຳ, ຖ້າໃຜໂຊກດີ ໄປຈະເຫັນປູຄຳນັ້ນ ແລະ ຢູ່ຕີນຜາທາງລຸ້ມ ມີຫ້ວຍນ້ຳໃສເຢັນ ທີ່ໄຫຼອອກມາຈາກຮູຜາ.
- ຖ້ຳລົມ
ຖຳລົມ ເປັນສະຖານທີ່ທີ່ນັກທ່ອງທ່ຽວມັກຈະໄປທ່ຽວຊົມອີກສະຖານທີ່ໜຶ່ງໃນເມືອງວັງວຽງ ເພາະຈະມີທິວທັດທຳມະຊາດທີ່ສວຍງາມ ມີທັງອາຫານທີ່ແຊບ,ມີບ່ອນພັກຜ່ອນທີ່ເຢັນສະບາຍ, ມີຫລາກຫລາຍກິດຈະກຳໃຫ້ຫລີ້ນເຊັ່ນ: ຫລີ້ນນ້ຳ,ຂີ່ສະລິງ,ຂື້ນຖ້ຳ... ທີ່ຂາດບໍ່ໄດ້ເລີຍ ເມື່ອໄດ້ໄປຖ້ຳລົມແລ້ວ ຫລາຍຄົນກໍ່ຈະນຶກເຖິງການລ່ອງເຮືອຕາມລຳແມ່ນ້ຳຊອງ ທີ່ມີທິວທັດທຳມະຊາດທີ່ສວຍສົດງົດງາມ ແລະ ເຢັນສະບາຍ
- ຜາຫຼວງ
ຜາຫຼວງ ເຊິ່ງເປັນສະຖານທີ່ເປີດໃໝ່ ແລະ ກຳລັງໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ພຽງແຕ່ທ່ານຂັບລົດອອກຈາກເມືອງວັງວຽງໄປທາງ ຜາເງິນ ທ່ານກໍ່ຈະມາເຖິງ (Blue lagoon and resort) ມີຄວາມສະດວກສະບາຍທາງດ້ານສະຖານທີ່ພັກອາໃສແລ້ວ ເລື່ອງອາຫານການກິນກໍ່ບໍ່ຂາດເຂີນ ແລະ ຍັງມີກິດຈະກຳຫຼາຍໆຢ່າງໄວ້ໃຫ້ເລືອກຫຼິ້ນຢ່າງເຕັມອີ່ມເຊັ່ນ: ຂີ່ສະລິງ, ຫຼິ້ນນ້ຳ, ຂື້ນຖ້ຳ ແລະ ອື່ນໆ ຖ້າໃຜມັກຄວາມມ່ວນຊື່ນ ແລະ ຄວາມທ້າທ້າຍ ຮັບຮອງວ່າ ຜາຫຼວງ ມີຄຳຕອບທີ່ດີທີ່ສຸດໃຫ້ທ່ານ.
- ຖ້ຳນອນ
ຖ້ຳນອນເປັນຖ້ຳຫນຶ່ງທີ່ສວຍງາມ ເຊິ່ງເປັນເອກະລັກຂອງມັນເອງ ເຊິ່ງຈະມີນ້ຳຊອງໄຫຼຜ່ານຖ້ຳ ນັກທ່ອງທ່ຽວສ່ວນຫລາຍຈະເຂົ້າໄປທ່ຽວຊົມດ້ວຍການຂີ່ກົງເບັັງແລ້ວໄຕ້ໄຟສາຍເຂົ້າໄປທ່ຽວຊົມເໝາະສຳລັບຄົນທີ່ມັກທ້າທາຍ ແລະ ສະຖານທີ່ນີ້ຍັງມີຂີ່ສະລິງ, ລອຍນ້ຳຊອງ... ເຊິ່ງຖ້ຳນອນນີ້ຈະຢູ່ໃກ້ກັບຖ້ຳລົມເຊິ່ງຈະຢູ່ກັບແຄມແມ່ນ້ຳຊອງ
- ຖ້ຳນ້ຳ
ຖ້ຳນ້ຳຕັ້ງຢູ່ບ້ານຖ້ຳຊ້າງເມືອງວັງວຽງ ສະຖານທີ່ນີ້ແມ່ນເປັນອີກສະຖານທີ່ທ່ອງທ່ຽ%ແຫ່ງຫນຶ່ງທີ່ສວຍງາມ ນັກທ່ອງທ່ຽວສາມາດຂີ່ກົງເບັງເຂົ້າໄປທ່ຽວຊົມໃນຖ້ຳໄດ້ ເຊິ່ງທາງໃນຖ້ຳຈະມີຫີນງອກ, ຫີນຍ້ອຍທີີ່ມີລັກສະນະສວຍງາມ ສະຖານທີ່ດັ່ງກ່າວຍັງມີອາຫານພື້ນບ້ານ ແລະ ເຄື່ອງດຶ່ມໄວ້ຄອຍບໍລິການາການແກ່ລູກຄ້າທີ່ໄປທ່ຽວຊົມຖ້ຳແຫ່ງນີ້ອີກດ້ວຍ
- ຜາຕັ້ງ
ຜາຕັ້ງ ທີ່ຢູ່ນອກເມືອງອອກໄປປະມານ 20 ກົມ. ຜາຕັ້ງ ມີສາຍນ້ຳຊອງໄຫລເລາະລຽບຜ່ານ ມີບ້ານຜາຕັ້ງ ບ້ານນ້ອຍຕັ້ງອ້ອມແອ້ມຢູ່ ຊຶ່ງຜາແຫ່ງນີ້ຕາມຕຳນານເລົ່າວ່າ ທ້າວສີທົນ (ມະໂນລາ) ໃຊ້ງ້າວຟັນພູເຂົາເກີດເປັນຜາຕັ້ງຂຶ້ນມາ ດັ່ງນັ້ນຊາວບ້ານຈຶ່ງຖືວ່າເປັນຜາສັກສິດ ຫ້າມຫາປາບໍລິເວນນັ້ນ



























ความคิดเห็น
แสดงความคิดเห็น