ສະຖານທີ່ທ່ອງທ່ຽວໃນນະຄອນຫຼວງວຽງຈັນ
ສະຖານທີ່ທ່ອງທ່ຽວໃນນະຄອນຫຼວງວຽງຈັນ
1. ພະທາດຫຼວງວຽງຈັນ
ທາດຫຼວງ (That luang ) ຫຼື ພະທາດຫຼວງຕັ້ງຢູ່ສົ້ນສຸດທາງທິດຕາເວັນອອກຂອງທະໜົນທາດຫຼວງ ບ້ານທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປັນປູຊະນິຍະສະຖານບູຮານອັນເປັນສັນຍາລັກຂອງປະເທດລາວຊາວພຸດທັງສອງຝັ່ງແມ່ນ້ຳຂອງ.
2. ປະຕູໄຊ
ປະຕູໄຊ ( patuxay ) ຫຼື ອານຸສາວະລີ ແມ່ນສີ່ງກໍ່ສ້າງເພື່ອເປັນອານຸສອນ ແກ່ການປະກາດເອກະລາດຈາກການປົກຄອງຂອງປະເທດຝຣັ່ງ ຮູບຊົງແມ່ນຮຽນແບບປະຕູໄຊເມືອງປາຣີ (Arc de Triomphe ) ແຕ່ຕົບແຕ່ງໂດຍສີນລະປະພື້ນເມືອງລາວ. ຖືກສ້າງຂື້ນເມື່ອປີ 1962 ທີ່ໃຈກາງເມືອງວຽງຈັນ ແລະ ລະຫວ່າງຖະໜົນລ້ານຊ້າງ,ແຕ່ຍ້ອນໄພສົງຄາມກາງເມືອງ ການກໍ່ສ້າງຈຶ່ງບໍ່ສຳເລັດສົມບູນ ແລະ ຖືກປະໄວ້ຈົນເຖິງປະຈຸບັນ.
3. ວັດຊຽງຄວນ
ວັດຊຽງຄວນ ຕັ້ງຢູ່ເທິງຝັ່ງແມ່ນ້ຳຂອງ ໃກ້ກັບຂົວມິດຕະພາບລາວ-ໄທ,ທາງໃຕ້ຂອງນະຄອນຫຼວງວຽງຈັນ 24 ກິໂລແມັດ. ໄດ້ຮັບການສ້າງຕັ້ງຂື້ນ ໃນປີ ຄສ 1958 ໂດຍ ປູ່ບຸນເຫຼື່ອມ ສຸຣິີຣັດ ເພື່ອເປັນອຸທະຍານອັນຢັ່ງຢາຍ ໄຮ້ລະບຽບຂອງຮູບປັ້ນກວ່າ 200 ແບບ ທີ່ມີທັງຄົນ,ຜີ,ເທວະດາ,ພະສັດເດລະສານ ແລະ ອື່ນໆ.
4. ວັດສີເມືອງ
ວັດສີເມືອງເປັນວັດທີ່ຕັ້ງຂອງເສົາຫຼັກ ນະຄອນຫຼວງວຽງຈັນຊາວບ້ານມັກໄປປະກອບພິທີບູຊາຕາມຄວາມເຊື່ອຖື ວັດສີເມືອງຕັ້ງຢູ່ຖະໄຊເສດຖາ ໃກ້ກັບສະຖານທູດຝຣັ່ງ.
5. ວັດສີສະເກດ
ວັດສີສະເກດ ສ້າງຂຶ້ນເພື່ອເປັນມູນລະສັດທາຝາກໄວ້ໃນພະພຸດທະສາສະຫນາ ເຊິ່ງຕັ້ງຢູ່ນະຄອນຫລວງວຽງຈັນທິດໃຕ້ຕິດກັບກຳແພງຂອງຫໍຄຳ ຫລື ສຳນັກງານປະທານປະເທດແຫ່ງ ສປປ ລາວ. ຕາມເອກະສານຮິບໂຮມຂອງອາຈານສັງທອງ ສຸວັນນະລັງສີ ປີ 2004 ວ່າ ວັດສີສະເກດໄດ້ສ້າງຕັ້ງຂຶ້ນວັນພະຫັດອອກໃຫມ່ 9 ຄ່ຳ ເດືອນ 3 ປີ ພສ 2361 (ຄສ 1818) ໂດຍແມ່ນພະເຈົ້າອະນຸວົງກະສັດອົງສຸດທ້າຍແຫ່ງລາຊະວົງລ້ານຊ້າງວຽງຈັນເປັນຜູ້ນຳພາປະຊາ ຊົນລາວ ສ້າງຕັ້ງຂຶ້ນ ເພື່ອເປັນມູນລະສັດທາຝາກໄວ້ໃນພະພຸດທະສາສະຫນາ. ວັດສີສະເກດ ເປັນວັດທີ່ສຳຄັນ ແລະ ເກົ່າແກ່ຢູ່ໃນນະຄອນຫລວງວຽງຈັນ ເຊິ່ງເປັນວັດທີ່ຕົກຢູ່ໃນສະໄຫມເສິກສົງຄາມຕ່າງດ້າວ ທີ່ເຂົ້າມາຮຸກຮານອານາຈັກລ້ານຊ້າງວຽງຈັນ ແລະ ມີວັດດຽວ ເທົ່ານັ້ນທີ່ບໍ່ຖືກທຳລາຍ. ຫມາຍຄວາມວ່າວັດດັ່ງກ່າວຍັງຮັກສາໄດ້ຮູບເດີມ ແຕ່ຕອນສະໄຫມກໍ່ສ້າງຫາກນັກທ່ອງທ່ຽວສົນໃຈສິ່ງທີ່ເກົ່າໆ ແລະ ຮູບຊົງໃນສະໄຫມລ້ານຊ້າງ ນັ້ນກໍ່ສາມາດເຂົ້າໄປທ່ຽວຊົມ ແລະ ສຶກສາເບິ່ງຄວາມເກົ່າແກ່ຂອງວັດ, ສຶກສາກ່ຽວກັບປະຫວັດຄວາມເປັນມາ ແລະ ຄຳພີຕ່າງໆຢູ່ໃນວັດດັ່ງກ່າວນີ້
6. ພິພິທະພັນໄກສອນ ພົມວິຫານ
7. ສວນເຈົ້າອານຸວົງ
8. ຕາດມູນ
9. ສວນພຶກສາ
ພິພິທະພັນໄກສອນ ພົມວິຫານ ຕັ້ງຢູ່ແຄມຖະໜົນໄກສອນພົມວິຫານເຂດຫລັກ 6, ບ້ານຈອມມະນີເມືອງໄຊເສດຖາ ເຊິ່ງໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 13ທັນາ ປີ 1995 ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານໄກສອນ
ພົມວິຫານຄົບຮອບ 75ປີ. ຫໍພິພິທະພັນແຫ່ງນີ້ເປັນອານຸສອນສະຖານແລະແຫຼ່ງຮຽນຮູ້ກ່ຽວກັບ ປະທານໄກສອນພົມວິຫານ ວິລະບູຣຸດແຫ່ງຊາດ, ອະດີດປະທານປະເທດແລະຜູ້ນຳທີ່ດີຄົນໜຶ່ງຂອງປວງຊົນລາວ ໃນການກອບກູ້ເອກະລາດຂອງຊາດແລະນຳພາສ້າງສາປະເທດລາວສູ່ຍຸກໃໝ່.
7. ສວນເຈົ້າອານຸວົງ
ສວນເຈົ້າອານຸວົງ ຕັ້ງຢູ່ເທິງຝັ່ງແມ່ນ້ຳຂອງ ຖະໜົນເຈົ້າຟ້າງຸ່ມ ໃກ້ກັບຫໍຄຳ ສວນເຈົ້າອານຸວົງເປັນສວນສາທາລະນະ ແລະ ມີຕະຫລາດນັດ ( Night market ) ໄວ້ບໍລິການໃຫ້ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດໄດ້ໄປທ່ຽວຊົມ. ເຊິ່ງທຸກໆຕອນແລງຈະມີນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດໄປອອກກຳລັງກາຍ ແລະ ທ່ຽວຊົມຕະຫລາດນັດທຸກໆມື້. ຖ້າທ່ານໃດສົນໃຈກໍ່ຂໍເຊີນໄປທ່ຽວຊົມໄດ້ ເປີດ ວັນຈັນ-ວັນອາທິດ
8. ຕາດມູນ
ຕາດມູນ ເປັນຕາດທີ່ຊາວນະຄອນຫຼວງມັກໄປທ່ຽວຊົມ ໃນຊ່ວງເຂົ້າພັນສາເພາະເປັນສະຖານທີ່ໃກ້ຄຽງ ແລະ ສະດວກສະບາຍແກ່ການສັນຈອນໄປມາ ເຊິ່ງໃນສະຖານທີ່ໃກ້ຄຽງຍັງມີຕາດປ່າໄລ່,ຕາດຫົວເສືອ... ຖ້າທ່ານໃດສົນໃຈກໍ່ຂໍເຊີນໄປທ່ຽວຊົມໄດ້ ໂດຍສະເພາະຊ່ວງເຂົ້າພັນສາ ເພາະຈະມີນ້ຳຫຼາຍ
9. ສວນພຶກສາ
ເຊິ່ງເປັນສະຖານທີ່ທ່ອງທ່ຽວທີ່ເປີດໃໝ່ ແລະ ກຳລັງໄດ້ຮັບຄວາມນິຍົມຫລາຍໃນນະຄອນຫຼວງວຽງຈັນໃນຕອນນີ້. ສວນພຶກສາຕັ້ງຢູ່ ບ້ານໃໝ່ດານຊີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.
10. ຟາມພູຕາເວັນ
ຟາມພູຕາເວັນຖືເປັນບ່ອນພັກຜ່ອນທີ່ແສນສະບາຍແລະຍັງເປັນບ່ອນຜ່ອນຄາຍກັບການທ່ຽວຊົມອັນແສນສົດຊື່ນກັບທຳມະຊາດ ແລະ ການປູກຝັງຂອງຊາວສວນທີ່ເຕັມໄປດ້ວຍພືດພັນທັນຍາຫານສົດໆ ນອກນີ້ຍັງມີກິດຈະກຳນອນເຕັ້ນແລະອື່ນໆເຊິ່ງຈະສຳຜັດໄດ້ 5 ຄວາມຮູ້ສຶກການກະເສດແບບທຳມະຊາດໃນການຟື້ນຟູຮ່າງກາຍ, ຈິດໃຈເອົາ ເປັນວ່າຖ້າຫາກ ທ່ານໃດສົນໃຈກໍສາມາດໄປໄດ້ທັງນີ້ຮັບຮອງວ່າທ່ານຈະບໍ່ຜິດຫວັງຢ່າງແນ່ນອນ.ຟາມພູຕາເວັນຕັ້ງຢູ່ເສັ້ນທາງເລກທີ 13 ໃຕ້,ບ້ານໄຮ່,ເມືອງປາກງື່ມ ນະຄອນຫຼວງວຽງຈັນ










ความคิดเห็น
แสดงความคิดเห็น