ສະຖານທີ່ທ່ອງທ່ຽວໃນແຂວງວຽງຈັນ
1.ທະເລເມືອງລາວ ສະຫວັນເທິງດິນ ທີ່ ທ່າລາດ ແຂວງວຽງຈັນ ທະເລເມືອງລາວ ສະຫວັນເທິງດິນ ທີ່ ທ່າລາດ ແຂວງວຽງຈັນ ມີບັນຍາກາດດີໆ ກິດຈະກໍາມັນໆ ໂດຍບໍ່ຕ້ອງໄປໃສໄກ ບໍ່ຕ້ອງຈ່າຍຄ່າປີ້ຍົນ ແລະ ບ່ອນພັກແພງໆ ມີໃຫ້ທຸກຄົນສໍາພັດໄດ້ ທີ່ອ່າງນໍ້າງື່ມ ຫຼື ເຂື່ອນນໍ້າງື່ມ 1 ນັ້ນເອງ. ເຊິ່ງຈະຢູ່ຫ່າງຈາກນະຄອນຫຼວງວຽງຈັນໄປປະມານ 75-80KM ເຊິ່ງໃຊ້ເວລາເດີນທາງຈາກກໍາແພງນະຄອນໄປປະມານ 1.5ຊົວໂມງ ແຕ່ສິ່ງທີ່ທ່ານຈະໄດ້ພົບເຫັນກໍ່ຄືທໍາມະຊາດຂອງອ່າງເກັບນໍ້າອັນແສນໃຫຍ່ທີ່ໃຜໆກໍ່ລືນາມວ່າເປັນທະເລຂອງປະເທດລາວ. ໃນນັ້ນກໍ່ມີກິດຈະກໍາຫຼາຍຢ່າງທີ່ທ່ານສາມາດເຮັດໄດ້ກໍ່ຄືການ Camping, ຂີ່ເຮືອໄວ, ຂັບ Jet Ski, ລ່ອງເຮືອຮັບປະທານອາຫານ ແລະ ຊົມວິວ, ທ່ຽວຊົມທໍາມະຊາດໃນທົ່ວບໍລິເວນ, ມີບ້ານພັກຕາກອາກາດທີ່ວິວງາມ, ແລະ ອື່ນໆອີກຫລາຍຢ່າງ. 2. ຜາທໍ່ໜໍ່ຄຳ ຜາທໍ່ໜໍ່ຄຳຕັ້ງຢູ່ບ້ານນາຖົ່ວ ເມືອງເຟືອງ ແຂວງວຽງຈັນ. ຫ່າງຈາກເທດສະບານເມືອງ 3.5 ກິໂລແມັດ. ການເຂົ້າຫາສະຖານທີ່ທ່ອງທ່ຽວດັ່ງກ່າວ ແມ່ນ ເດີນທາງດ້ວຍ ລົດ ຫຼື ຍ່າງ. ຜານີ້ ເປັນຜາທີ່ແປກປະຫຼາດ ມີທີວທັດທຳມະຊາດ ທີ່ມະຫັດສະຈັນ ຢູ່ບ່ອນຮ່ອມຜາ ລະຫວ່າງຜາສອງອັນຕິດກັນ. ສິ່ງນີ້ກາຍເປັນ ຊັບສົມບັດລ້ຳຄ່າ, ລຶກລັບ, ມະຫັດສະ...