บทความ

กำลังแสดงโพสต์จาก 2017

ສະຖານທີ່ທ່ອງທ່ຽວໃນແຂວງວຽງຈັນ

รูปภาพ
1.ທະເລເມືອງລາວ ສະຫວັນເທິງດິນ ທີ່ ທ່າລາດ ແຂວງວຽງຈັນ ທະເລເມືອງລາວ ສະຫວັນເທິງດິນ ທີ່ ທ່າລາດ ແຂວງວຽງຈັນ ມີບັນຍາກາດດີໆ ກິດຈະກໍາມັນໆ ໂດຍບໍ່ຕ້ອງໄປໃສໄກ ບໍ່ຕ້ອງຈ່າຍຄ່າປີ້ຍົນ ແລະ ບ່ອນພັກແພງໆ ມີໃຫ້ທຸກຄົນສໍາພັດໄດ້ ທີ່ອ່າງນໍ້າງື່ມ ຫຼື ເຂື່ອນນໍ້າງື່ມ 1 ນັ້ນເອງ. ເຊິ່ງຈະຢູ່ຫ່າງຈາກນະຄອນຫຼວງວຽງຈັນໄປປະມານ 75-80KM ເຊິ່ງໃຊ້ເວລາເດີນທາງຈາກກໍາແພງນະຄອນໄປປະມານ 1.5ຊົວໂມງ ແຕ່ສິ່ງທີ່ທ່ານຈະໄດ້ພົບເຫັນກໍ່ຄືທໍາມະຊາດຂອງອ່າງເກັບນໍ້າອັນແສນໃຫຍ່ທີ່ໃຜໆກໍ່ລືນາມວ່າເປັນທະເລຂອງປະເທດລາວ. ໃນນັ້ນກໍ່ມີກິດຈະກໍາຫຼາຍຢ່າງທີ່ທ່ານສາມາດເຮັດໄດ້ກໍ່ຄືການ Camping, ຂີ່ເຮືອໄວ, ຂັບ Jet Ski, ລ່ອງເຮືອຮັບປະທານອາຫານ ແລະ ຊົມວິວ, ທ່ຽວຊົມທໍາມະຊາດໃນທົ່ວບໍລິເວນ, ມີບ້ານພັກຕາກອາກາດທີ່ວິວງາມ, ແລະ ອື່ນໆອີກຫລາຍຢ່າງ. 2. ຜາທໍ່ໜໍ່ຄຳ ຜາທໍ່ໜໍ່ຄຳຕັ້ງຢູ່ບ້ານນາຖົ່ວ ເມືອງເຟືອງ ແຂວງວຽງຈັນ. ຫ່າງຈາກເທດສະບານເມືອງ 3.5 ກິໂລແມັດ. ການເຂົ້າຫາສະຖານທີ່ທ່ອງທ່ຽວດັ່ງກ່າວ ແມ່ນ ເດີນທາງດ້ວຍ ລົດ ຫຼື ຍ່າງ. ຜານີ້ ເປັນຜາທີ່ແປກປະຫຼາດ ມີທີວທັດທຳມະຊາດ ທີ່ມະຫັດສະຈັນ ຢູ່ບ່ອນຮ່ອມຜາ ລະຫວ່າງຜາສອງອັນຕິດກັນ. ສິ່ງນີ້ກາຍເປັນ ຊັບສົມບັດລ້ຳຄ່າ, ລຶກລັບ, ມະຫັດສະ...

ສະຖານທີ່ທ່ອງທ່ຽວໃນນະຄອນຫຼວງວຽງຈັນ

รูปภาพ
ສະຖານທີ່ທ່ອງທ່ຽວໃນນະຄອນຫຼວງວຽງຈັນ 1.   ພະທາດຫຼວງວຽງຈັນ ທາດຫຼວງ (That luang )   ຫຼື ພະທາດຫຼວງຕັ້ງຢູ່ສົ້ນສຸດທາງທິດຕາເວັນອອກຂອງທະໜົນທາດຫຼວງ ບ້ານທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປັນປູຊະນິຍະສະຖານບູຮານອັນເປັນສັນຍາລັກຂອງປະເທດລາວຊາວພຸດທັງສອງຝັ່ງແມ່ນ້ຳຂອງ.                                                                              2. ປະຕູໄຊ ປະຕູໄຊ ( patuxay ) ຫຼື ອານຸສາວະລີ ແມ່ນສີ່ງກໍ່ສ້າງເພື່ອເປັນອານຸສອນ ແກ່ການປະກາດເອກະລາດຈາກການປົກຄອງຂອງປະເທດຝຣັ່ງ ຮູບຊົງແມ່ນຮຽນແບບປະຕູໄຊເມືອງປາຣີ (Arc de Triomphe ) ແຕ່ຕົບແຕ່ງໂດຍສີນລະປະພື້ນເມືອງລາວ. ຖືກສ້າງຂື້ນເມື່ອປີ 1962 ທີ່ໃຈກາງເມືອງວຽງຈັນ ແລະ ລະຫວ່າງຖະໜົນລ້ານຊ້າງ,ແຕ່ຍ້ອນໄພສົງຄາມກາງເມືອງ ການກໍ່ສ້າງຈຶ່ງບໍ່ສຳເລັດສົມບູນ ແລະ ຖືກປະໄວ້ຈົນເຖິງປະຈຸບັນ. 3. ວັດຊຽງຄວນ ວັດຊຽງຄວນ ຕັ້ງຢູ່ເທິງຝັ່ງແມ່ນ້ຳຂອງ ໃກ້ກັບຂົວມິດຕະພາບລາວ-ໄທ,...